ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

WHO ຮຽກຮ້ອງ​ໃຫ້​ສ້າງ​ແລວ​ມະນຸດສະທຳ​ເພື່ອ​ຊ່ວຍ​ເຫຼືອປະຊາຊົນ​ຢູ່​ເຂດ ກາ​ຊາ

     ຕາມ​ຂ່າວສານ​ຊິນ​ຮວາ ລາຍ​ງານ​ວັນ​ທີ 10 ຕຸລາ, ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຖະແຫຼງ​ຂ່າວ​ຢູ່​ເຊີ​ແນວ, ປະເທດ ສະ​ວິດ, ໂຄສົກ​ຂອງ
​ອົງການ​ອະນາໄມ​ໂລກ (WHO) ໄດ້​ຮຽກຮ້ອງ​ສ້າງຕັ້ງ​ແລວ​ມະນຸດສະທຳ​ເພື່ອເຂົ້າ-ອອກ​ເຂດກາ​ຊາ ໃນ​ສະພາບ​ການ​ຄວາມ​ເຄັ່ງ​ຕຶງ​ເລີ່ມ
​ຮ້າຍ​ແຮງ​ຂຶ້ນ​ທຸກ​ມື້​ຢູ່​ເຂດ​ນີ້.

     ຕາມ ​ທ່ານ ຕາ​ຣິກ ຈາ​ຊາ​ຣິ​ວິກ ແລ້ວ, WHO ຮຽກຮ້ອງ​ໃຫ້​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ ແລະ ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​
ການ​ສ້າງ​ແລວ​ມະນຸດສະທຳ​ເພື່ອ​ໃຫ້​ປະຊາຊົນ​ຢູ່​ເຂດ ກາ​ຊາ ໄດ້​ເຂົ້າ​ເຖິງ​ບໍລິການ​ທາງ​ການ​ແພດ​ທີ່​ຈຳເປັນ. ຕາມ​ໂຄສົກຈັດ​ທະ​ແຫຼງການ,
WHO ໄດ້​ຮັບ​ຮູ້​ການ​ບຸກ​ໂຈມ​ຕີ 13 ຄັ້ງ​ແນໃສ່​ບັນດາ​ຮາກ​ຖານ​ການ​ແພດ​ຂອງ​ເຂດ ກາ​ຊາ ນັບ​ແຕ່​ທ້າຍ​ອາທິດ​ຜ່ານ​ມາ ແລະ ຈຳນວນ​ອຸ
ປະກອນ​ການ​ແພດ​ຢູ່​ທີ່​ນີ້​ໄດ້​ຮັບ​ການ​ນຳ​ໃຊ້​ໝົດ​ແລ້ວ.

     ໃນ​ຂະນະ​ນີ້, ທ່ານ ໂວນ​ເກີ ເຕີກ, ຂ້າ​ຫຼວງ​ໃຫຍ່ ​ສປຊ ກ່ຽວ​ກັບ​ມະນຸດສະທຳໃຫ້​ຮູ້​ວ່າ: ເລື່ອງອິດ​ສະ​ຣາ​ແອນ ປິດ​ລ້ອມ​ເຂດ ກາ​ຊາ
ເຮັດ​ໃຫ້​ປະຊາຊົນ​ຢູ່​ເຂດ​ດິນແດນ​ແຫ່ງ​ນີ້​ບໍ່​ໄດ້​ເຂົ້າ​ເຖິງ​ບັນດາ​ເຄື່ອງ​ຂອງ​ທີ່​ຈຳເປັນ ແມ່ນ​ການ​ກະທຳ​ຖືກ​ເກືອດ​ຫ້າມ​ຕາມ​ກົດໝາຍ​ສາກົນ,
ບັນດາ​ຝ່າຍ​ປະ​ທະ​ກັນ​ມີ​ພາລະ​ໜ້າທີ່​ຕ້ອງ​ຫຼີກ​ລ້ຽງ​ບັນດາ​ເປົ້າ​ໝາຍ​ສາມັນ​ຊົນ. ທ່ານ​ໄດ້​ຊີ້​ແຈງວ່າ: ບໍ່​ວ່າການ​ກະທຳ​ໃດໆ​ທີ່​ຈຳກັດ​ຄົນ​ໄປ-ມາ
ແລະ ສິນຄ້າ​ຈໍ​ລະ​ຈອນ​ໃນ​ການ​ປະຕິບັດ​ຄຳ​ສັ່ງ​ປິດ​ລ້ອມທາງດ້ານການທະຫານດ້ານດຽວນັ້ນ ຈະຕ້ອງຖືກກ່າວປະນາມ ຈາກປະຊາຄົມໂລກ
ຢ່າງແນ່ນອນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 16/10/2023